23 ກຸມພາ 2022 ຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກ ໄດ້ຈັດພິທີເຊັນສັນຍາການບໍລິການປິ່ນປົວສຸຂະພາບ ຕາມລະບົບປະກັນສຸຂະພາບແຫ່ງຊາດ ປະຈໍາປີ 2022-2024 ຮ່ວມກັບ ໂຮງໝໍໄຊມັງກອນສາກົນ ໂດຍໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພິຍານ ຈາກ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ໃຫ້ກຽດເຂົ້າຮ່ວມໂດຍບັນດາທ່ານຫົວໜ້າກົມກ່ຽວຂ້ອງ, ຫົວໜ້າພະແນກສາທາລະນະສຸກແຂວງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ຜູ້ອຳນວຍການໂຮງໝໍແຂວງ, ທ່ານ ຜູ້ອໍານວຍການໂຮງໝໍຊຸມຊົນ, ທ່ານ ຫົວໜ້າຫ້ອງການປະກັນສຸຂະພາບຂັ້ນແຂວງ ແລະ ຂັ້ນເມືອງ ຈາກ ແຂວງ ຜົ້ງສາລີ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ, ຫຼວງນໍ້າທາ ແລະ ອຸດົມໄຊ ພ້ອມດ້ວຍຄະນະພະແນກ ແລະ ວິຊາການຈາກຫ້ອງການປະກັນສຸຂະພາບ ແຫ່ງຊາດໂດຍຜ່ານກອງປະຊຸມທາງໃກ Zoom.
ການຕໍ່ສັນຍາຄັ້ງນີ້ ເປັນການເຊັນສັນຍາຮ່ວມກັນ ຄັ້ງທີ 3 (ຄັ້ງທີ 1 ແມ່ນວັນທີ 04 ມັງກອນ 2019 ແລະ ຄັ້ງທີ 2 ແມ່ນເຊັນໃນ ວັນທີ 05 ພຶດສະພາ 2020). ການເຊັນສັນຍາຮ່ວມກັນນີ້ ເພື່ອເປັນການຮັບປະກັນໃຫ້ສະມາຊິກກອງທຶນປະກັນສຸຂະພາບແຫ່ງຊາດ ໄດ້ເຂົ້າເຖິງການບໍລິການຮັກສາປິ່ນປົວສຸຂະພາບ ຢູ່ໂຮງໝໍໄຊມັງກອນສາກົນ ເວລາຖືກສົ່ງຕໍ່ຕາມລະບຽບການທີ່ກອງທຶນໃຫ້ການຄຸ້ມຄອງ.